ນາມມະຍົດ
ນາມມະຍົດ ລຸງແລະປ້າ ຢູ່ກິນນຳກັນເກືອບຊາວປີ. ລູກເຕົ້າບໍ່ມີຈັກຄົນພໍຈະເອົາໄວ້ສືບໜໍ່ແທນແນວ ຫລືເອົາໄວ້ອ້າງວ່າ
ເປັນພະຍານຮັກ. ສິ່ງທີ່ຢັ້ງຢືນເຖິງຄວາມເກົ່າແກ່ຍາວນານຂອງຄວາມຮັກພວກເພິ່ນ ໄດ້ແກ່ເຮືອນນ້ອຍຝາຫ້ຽນ,
ສັງກະສີຂີ້ໝ້ຽງ ຢູ່ແຄມໜອງຈັນ ສວນຜັກບົ້ງຂອງຊາວນະຄອນຫລວງນີ້ເອງ.
ໄທບ້ານມັກເອີ້ນຄູ່ນີ້ວ່າ: ລຸງເປົ່າ-ປ້າເປົ່າ. ອາດຊິຍ້ອນບໍ່ມີລູກເຕົ້າຫັ້ນບໍ? ແຕ່ຂ້ອຍເອງ ຜູ້ເຊົ່າເຮືອນຢູ່ຫ່າງກັນ
ສາມຕອນບ້ານ ຊ້ຳຄຶດວ່າ ອາດຍ້ອນຄວາມວ່າງເປົ່າດ້ານຈິດໃຈ ຫລືວ່າດ້ານຊັບສິນເງິນຄຳພຸ້ນຕ່າງຫາກ.
ສໄມເປັນບ່າວ ລຸງເປົ່າມີອາຊີບບໍ່ແນ່ນອນ: ເຄີຍເປັນກັມມະກອນກໍ່ສ້າງ ຖີບສາມລໍ້ ຊຸກລໍ້ນ້ຳ ເຝົ້າຍາມໂຮງງານ
ແລະອື່ນໆ… ລາວເກືອບໄດ້ເປັນຂ້າຣາຊການໃນຣະບອບເກົ່າ ເມື່ອຕອນເຮັດການຢູ່ຄ້າຍສ້ອມແປງອາວຸດຂອງ
ກອງທັບຣາຊອານາຈັກ. ຕອນນັ້ນ ລາວເປັນຜູ້ປັດກວາດຫ້ອງການກອງບັນຊາການ. ຕໍ່ມາລຸງຕ້ອງຖືກໄລ່ອອກ
ຍ້ອນມີຄືນນຶ່ງ ລາວລືມອັດປ່ອງຢ້ຽມຫ້ອງການເຈົ້ານາຍ ເດິກມາລົມໄດ້ພັດຫອບເອົາເອກະສານສຳຄັນຢູ່ໜ້າໂຕະ
ໄປຫວ່ານເຕັມເດີ່ນຫຍ້າ ຈຳນວນນຶ່ງກໍສູນເສັຽຢ່າງບໍ່ຮູ້ກົກປາຍສາຍເຫດ. ລຸງຖືກຂໍ້ກ່າວຫາວ່າເປັນໃສ້ແນວລາວ-
ຮັກຊາດ ທີ່ເຂົ້າມາເຈລະຈາຢູ່ວຽງຈັນ. ພາຍຫລັງນອນຄຸກສາລະວັດຮອດສາມເດືອນ ລຸງຈຶ່ງຄ່ອຍໂຊມຮ່າງກາຍ
ອອກມາຫັນໃຈຢູ່ນຳໂລກອີກເທື່ອໃໝ່.
ທຸກເທື່ອທີ່ຂ້ອຍລົງໃສ່ມອງຢູ່ໜອງຈັນ ປ້າເປົ່າຊຶ່ງນັ່ງເຮືອເກັບຜັກບົ້ງຢູ່ຂ້າງໆຫັ້ນ ມັກເລົ່າເລື່ອງເກົ່າຂອງເພິ່ນ
ສູ້ຂ້ອຍຟັງສເມີ. ປ້າສົງໃສວ່າ ສາຍເຫດທີ່ບໍ່ໄດ້ລູກໄດ້ເຕົ້າ ແມ່ນຍ້ອນຖືກທູບຕີທໍຣະມານໃນຄຸກດົນນານໂພດ.
ດ້ານນຶ່ງປ້າຊ້ຳເຊື່ອວ່າ ຍ້ອນຖືກປ້ອຍດ່າຈາກພີ່ນ້ອງປ້ອງປາຍ, ເນື່ອງຈາກວ່າປ້າແລະລຸງເອົາກັນບໍ່ໄດ້ແຕ່ງດອງ.
- ຊິວິດປ້າ ກໍຊິວິເສດວິໂສບ່ອນໃດເດ້ ພໍຊິໃຫ້ລຸງຍົກຂັ້ນໝາກມາຂໍ ຂອງວ່າສໄມທີ່ດົງປະລານພວມໂດງດັງຍ້ອນ
ເປີດບົມເປີບາກັນເອີກກະເຫລີກພຸ້ນ… ຕອນນັ້ນ ລຸງຖີບສາມລໍ້ ມາລໍຖ້າພວກເລີກບາຕອນເດິກ ສ່ວນປ້າແມ່ນ
ຕັ້ງໂຕະນ້ອຍຂາຍຕຳໝາກຮຸ່ງແລະນ້ຳຫວານຢູ່ແຈທາງຫັ້ນ ເພື່ອບໍລິການພວກນາງລາຕີແດ່ ພວກສາມລໍ້ແດ່…
ບໍ່ຮູ້ວ່າລຸງລັກຈີບປ້າແຕ່ຍາມໃດ ແລະລືມຄາວໄປວ່າ ພວກເຮົາໄດ້ມາຢູ່ກິນນຳກັນແບບໃດ? ພີ່ນ້ອງປ້ອງປາຍ
ຕ່າງກໍເຢາະເຢີ້ຍ ສົມນ້ຳໜ້າຕ່າງໆນາໆ… ຫາກວ່າ ຮອດປານນີ້ຈົນເຖົ້າຈົນແກ່ນຳກັນ ກະບໍ່ເຫັນຊິເປັນຫຍັງ…
ປ້າເປົ່າຕັ້ງເປັນຜູ້ເລົ່າເລື່ອງເກັ່ງ ຄືວ່າຊີວິດຂອງລາວຕັ້ງເກີດໃຫຍ່ຂຶ້ນມາໃຫ້ຄ້າຍຄືບົດລະຄອນ ຈັ່ງຊັ້ນແຫລະ!
ຫລາຍປີຕໍ່ມາ…ປານິນ ປາສລິດ ທີ່ເຄີຍອຸດົມສົມບຸນໃນໜອງຈັນກໍຫລຸດໜ້ອຍຖອຍລົງຍ້ອນປືນລູກອັດ, ປືນ 22
ແລະມອງຂອງພວກໝູ່ຂ້ອຍທີ່ຍາດເວລາຫາໃສ່ແລງງາຍ ຫລັງຈາກເລີກການຕອນແລງ. ເມື່ອປາຫາຍາກ,
ຂ້ອຍຈຶ່ງຕ້ອງຫ່າງເຫີນຈາກໜອງຈັນ ຫ່າງເຫີນຈາກຟັງນິຍາຍຊີວິດຈິງຂອງປ້າເປົ່າ. ຂ້ອຍຄຶດວ່າ ຕັ້ງແມ່ນຄວາມ
ດຸ່ນດ່ຽງທາງທັມມະຊາດ: ເມື່ອປ້າເປັນຜູ້ມັກເວົ້າມັກຝອຍ ລຸງຈຶ່ງເປັນຄົນໜັກປາກ.
ຄືນນຶ່ງກ່ອນໜ້າບຸນວັນທີ 2 ທັນວາ ຄົບຮອບ 5 ປີ, ຢູ່ເຮືອນຫົວໜ້າຄຸ້ມ ຂ້ອຍຍັງຈື່ໄດ້ວ່າ ມີພະນັກງານຂັ້ນເທິງ
ເພິ່ນໄດ້ລົງມາເຜີຍແຜ່ສະພາບການ ແລະຕິດຕາມເກັບກຳປວັດຂອງຜູ້ຄົນໃນຄຸ້ມນັ້ນ. ຊື່ລຸງເປົ່າ ຖືກບົ່ງໃຫ້ຢູ່ໃນ
ບັນຊີຂອງທະຫານຫຸ່ນວຽງຈັນ. ລຸງນັ່ງກອດຫົວເຄົ່າ ເອົາຮີມສົບໜາໆເໝັ້ມສົ້ນກອກຢາໃບຕອງ ນັ່ງເຮັດໂຈ່ໂຄ່
ຈົນກອກຢາມອດ. ປ້າເປົ່າອົດບໍ່ໄດ້ ຈຶ່ງສເນີຂຶ້ນຕາມນິໄສເກົ່າ:
- ໂອ້ຍ ອາດຍາອາວເອີ້ຍ! ຜົວຂ້ານ້ອຍນີ້ ເຄີຍເຮັດການໃນລະບອບເກົ່າແທ້, ເຄີຍເຮັດຢູ່ນຳທະຫານຫຸ່ນ
ຫາກວ່າເປັນພຽງຂ້ອຍຂ້າກວາດເຮືອນ ອາດຍາກະຊິເອີ້ນວ່າ ເປັນທະຫານຫຸ່ນຢູ່ບໍ້?
- ຖືກຢູ່ ຄົນກວາດເຮືອນເນາະ ແຕ່ປ້າບໍ່ເຊື່ອມຊືມເອກະສານບໍ? ກະຍັງວ່າສັດຕູ ຍັງຊອກຫາທາງຕິດຕໍ່ພົວພັນ
ກັບຄົນຜູ້ເຄີຍເຮັດນຳລະບອບເກົ່າ. ລະແມ່ນວ່າ ລຸງນີ້ກະແມ່ນຜູ້ນຶ່ງຊຶ່ງໄດ້ເຮັດການນຳພວກຫຸ່ນເນາະ!
- ບໍ່ຊ່າງຊິວ່າແລ້ວອາດຍາ…ເອກະສານຂ້ານ້ອຍອ່ານບໍ່ອອກ ມີແຕ່ນັ່ງຟັງ ຊິໃຫ້ເຊື່ອມຊຶມ ກໍບໍ່ຄັກປານໃດແລ້ວ!
- ກ່ອນອື່ນໃຫ້ປ້າເຊົາເອີ້ນອາດຍາ ຂ້ານ້ອຍ ເພາະມັນແມ່ນຄວາມເວົ້າເກົ່າແລ້ວເນາະ. ເຫັນບໍ່ ຄວາມເວົ້ານີ້ກໍ
ສະແດງອອກມາວ່າ ຍັງມີແນວຄິດເກົ່າເກາະຫ້ອຍຢູ່.
- ເອີ້… ເອົ໋າ ເຊົາກໍເຊົາ. ຂໍໂທດຫລາຍໆເພາະມັນລຶ້ງສົບລຶ້ງປາກ ຂໍໂທດນຳຍາອາວຫລາຍໆ.
- ລະແມ່ນວ່າບາດນີ້ ເວົ້າເບິ່ງດູ໋ ເຈົ້າຮູ້ຈິດໃຈຜົວຕົນເອງຄັກປານໃດເນາະ?
- ຮູ້ແທ້ຮູ້ວ່າ ລາວເປັນຄົນບໍ່ມັກປາກ ຫາກິນດ້ວຍເຫື່ອແຮງຕົນເອງ…ຮູ້ຮອດໃຈຮອດຕົນໂຕພຸ້ນແຫລ້ວ ຂອງວ່າ
ນອນນຳກັນມາຕັ້ງເກືອບຊາວປີແລ້ວເດ້ ຂ້າ…
ຫົວໜ້າຄຸ້ມຄຶດຢ້ານວ່າ ການຮວມຈະເດິກຈຶ່ງອອກປາກຕັດຄວາມ:
- ເອົາລະ ເອົາລະ! ປ້າເປົ່າເອີ້ຍ ຖືກຄວາມເພິ່ນແລ້ວ ລຸງກໍແມ່ນໄດ້ເຮັດແທ້. ຫາກວ່າຈິດໃຈລຸງບໍ່ມີເຄື່ອງຊັງຊາ
ວັດແທກວ່າບໍລິສຸດຊ່ຳໃດດອກ. ໃຜຄິດດີກໍແມ່ນກະທຳແນວດີ, ໃຜຄິດຊົ່ວກໍແມ່ນກະທຳແນວຊົ່ວ. ແນວຄິດຈິດໃຈ
ມັນສະແດງອອກບ່ອນການກະທຳ.
- ແມ່ນຄວາມ! ແມ່ນຄວາມ! ປ້າເປົ່າສອຍຕໍ່.
- ພວກເຮົາບໍ່ຄວນເອົາຈິດໃຈຕົນເອງໄປຕີລາຄາຈິດໃຈຜູ້ອື່ນ ຈົ່ງເອົາສາຍຕາຕົນເອງໄປຕີລາຄາຜົນງານການ
ກະທຳຂອງຜູ້ອື່ນ ຊິຖືກຕ້ອງກວ່າ. ຫລືວ່າ ໃຜຊິອ່ານໃຈເຮົາອອກບອກມາເບິ່ງດູ໋? ຫົວໜ້າຄຸ້ມລົງທ້າຍດ້ວຍ
ຄຳຖາມໃນໃບໜ້າຍິ້ມຫົວ.
- ໂຢ້ວ! ມີແຕ່ ໝໍດູໝໍເດົາໝໍເປົ່າໝໍແຍ່ ຫັ້ນແລ້ວ!
- ມະຕິຂອງຂັ້ນເທິງຄືວ່າບໍ່ໃຫ້ຈຳແໜກຄົນເກົ່າ-ຄົນໃໝ່ນ໋າ! ສຽງລູກໜ່ວຍເອີ້ນຕອບມາຈາກແຈເຮືອນ, ຄວນເຊົາ
ຄຶດແນວນັ້ນ ແລ້ວມາພ້ອມກັນສ້າງບ້ານແປງເມືອງຊ໋າບໍ້!
ຈາກມື້ນັ້ນມາ ໄທບ້ານຈຳນວນນຶ່ງກໍຊຸບຊິບກ່ຽວກັບເລື່ອງລຸງເປົ່າເຄີຍເປັນທະຫານລະບອບເກົ່າ. ເວົ້າອອກປາກນີ້
ເຂົ້າຫູນັ້ນ… ຕິດຕໍ່ນໍ່ເນືອງໄປຕ່າງໆນາໆ…ຕໍ່ບໍ່ຕາມ ເມື່ອວຽນຮອດຫູລຸງເປົ່າຈຶ່ງປີ້ນມາເປັນ: "ລຸງເປົ່າເປັນໄມ້ມື
ປະຕິການ!"
……………໐໐໐໐໐໐……………
ໃຜບໍ່ຮູ້ດອກວ່າຈິດໃຈລຸງເປົ່າເປັນແນວໃດ ເມື່ອຕົກຢູ່ໃນກໍລະນີນີ້. ລຸງຍັງຮັກສາທ່າທາງງຽບຂືມໄວ້ຕາມເຄີຍ.
ລໍ້ຄູ່ຊີບຍັງອອກຮັບໃຊ້ແມ່ຕລາດຂາປະຈຳຄືເກົ່າ. ຮອດຍາມໄທບ້ານອະນາໄມຂຸດຮ່ອງ ລວງຄອງເໝືອງຄູວຽງ
ລາວກໍຍັງມີໜ້າຢູ່ຄືເກົ່າ. ນິໄສງຽບຂືມຂອງລຸງບໍ່ຕ່າງຫຍັງກັບນ້ຳໃນຄອງທີ່ໄຫລໄປຢ່າງງຽບໆ.
ລຸງເປົ່າເຄີຍເວົ້າກັບເມັຽວ່າ ເມື່ອກ່ອນລຸງເອົາເຫື່ອແຮງສູ້ຊົນເພື່ອໃຫ້ໄດ້ ເຂົ້າກິນ ເຮືອນຢູ່ ເຄື່ອງນຸ່ງຫົ່ມ ຢາປົວ
ພະຍາດ… ມາຮອດດຽວນີ້ ກໍຍັງຕ້ອງໃຊ້ເຫື່ອແຮງຕົນເອງຄືເກົ່າ ເພື່ອຊອກປັດໄຈສີ່ດັ່ງກ່າວ. ເມື່ອສົມທຽບ
ແຕ່ກ່ອນກັບດຽວນີ້ ລຸງຮັບຮູ້ແຕ່ວ່າ ເຫື່ອແຮງຂອງຕົນເອງ ຢາກອ່ອນຍານລົງແດ່ແລ້ວ. ຢູ່ໃນສັງຄົມອ້ອມຕົວລຸງ
ລຸງເຫັນການກໍ່ສ້າງຂອງລັດແລະສ່ວນຕົວຢູ່ຫລາຍແຫ່ງ ຊຶ່ງພາໃຫ້ປະເອີບໃຈນຳ. ລຸງຮູ້ວ່າລູກສິດໃນໂຮງຮຽນ
ມີຫລາຍກວ່າສໄມລຸງຍັງນ້ອຍ ແລະກໍຄຶດກິນແໜງທີ່ບໍ່ມີໂອກາດໄດ້ຮ່ຳໄດ້ຮຽນ. ລຸງດີໃຈນຳການປິ່ນປົວຢູ່ໂຮງໝໍ
ບໍ່ໄດ້ເສັຽເງິນຄືສໄມເກົ່າ. ບຸນວັດບຸນວາ ເຈົ້າຫົວຈົວພະກໍຍັງມີຄືເກົ່າ. ຮອດເລື່ອງນີ້ລຸງອຸ່ນໃຈເພາະວ່າເວລາຕາຍ
ກໍຊິມີພະມີເຈົ້າຈູງໄປຂຶ້ນສວັນຊັ້ນຟ້າ ແລະສູ່ມື້ນີ້ ສິ່ງທີ່ລຸງພາກພູມໃຈເປັນພິເສດ ແມ່ນລຸງບໍ່ໄດ້"ໂດຍ"ໃຜຜູ້ໃດ
ອີກແລ້ວ. ລຸງດຳເນີນຊີວິດແບບໂຫລ່ງອົກໂຫລ່ງໃຈ. ນອກຈາກເລື່ອງດັ່ງກ່າວແລ້ວ ລຸງບໍ່ສາມາດຈະຮູ້ໄດ້. ເພາະລະດັບຂັ້ນລຸງພຽງແຕ່ລົບລ້າງໄພກືກໜັງສືທໍ່ນັ້ນ.
ສິ່ງໃດທີ່ປ້າຮູ້ຈາກຜົວ ເພິ່ນກໍມັກຈະອັດມາເປີດສູ່ຂ້ອຍຟັງຢູ່ກາງໜອງຈັນສເມີ.
ບໍ່ອີ່ຫລີ່ຂ້ອຍບໍ່ໄດ້ລົມນຳລຸງເປົ່າ ເທື່ອນີ້ກໍຄືກັນ ຂ້ອຍມີໂອກາດໄດ້ຟັງປ້າເປົ່າເລົ່າເລື່ອງອີກ ໃນຂນະທີ່ໄປຢາ
ເຮືອເກັບຜັກບົ້ງຊ່ອຍລາວ.
- ປ້ານີ້ ລາງເທື່ອຄັນແຂ້ວຕາງລຸງ… ທຳມາຫາກິນຢູ່ດີໆ ກໍມີຄົນມາເວົ້າວ່າແນວນັ້ນແນວນີ້ໃສ່.
- ລຸງຄືຊິເສັຽໃຈນໍ? ຂ້ອຍຖາມປ້າ
- ໂອ້ຍ! ໄມ້ແຍ່ຕາກໍບໍ່ພັບແບບນັ້ນ! ລາວຊິຮູ້ຮ້ອນຮູ້ໜາວບໍ່ເດ້? ປ້າໄດ້ຍິນລາວເວົ້າເທື່ອນຶ່ງວ່າ: ໃຜຊິເວົ້າຊິວ່າ
ຫຍັງກໍຊ່າງຫົວເຂົາ ເຮົາເປັນຄົນລາວ ເກີດຢູ່ນີ້ ຫາກິນຢູ່ນີ້ ຂໍຕາຍຢູ່ນີ້… ມີແຕ່ການເວລາທໍ່ນັ້ນ ຊິພິສູດຄ່າໝາກ
ຫົວໃຈຂອງຄົນ.
- ມັນກໍແມ່ນຄວາມລາວລະບໍ້ ປ້າ!
- ແມ່ນ! ເລື່ອງແມ່ນມັນແມ່ນແທ້ ແຕ່ຍາມບໍ່ທັນຕາຍ ກໍຄວນຊີ້ແຈງອະທິບາຍໃຫ້ຜູ້ເຂົ້າໃຈຜິດໄດ້ຮັບຟັງແດ່ລະບໍ໋!
- ບໍ່ແມ່ນຈະເຮັດໄດ້ງ່າຍໆ ປ້າເອີ້ຍ!
- ຫລືຫລານຊິເວົ້າຄືຫົວໜ້າຄຸ້ມທີ່ວ່າ ຍຸກນີ້ສໄມນີ້ ແມ່ນຍຸກສັດຈະທັມ ເປັນທັມ ທ່ຽງທັມແທ້ເດີ້… ໃຜຫາກສັບຊໍ່
ກໍ່ເລື່ອງ ປ້າຍຄວາມຜິດໃສ່ຜູ້ອື່ນ ກັ່ນແກ້ງຜູ້ນັ້ນວ່າຄົນເກົ່າ ເວົ້າໃຫ້ຜູ້ນີ້ວ່າຄົນໃໝ່ ຈົ່ງລະວັງໄວ້ດີໆ. ມີຫລາຍ
ລາຍໄດ້ຮັບໂທດທັນມາແລ້ວເດີ້… ຫລານຈື່ບໍ່? ຄວາມເວົ້າຫົວໜ້າຄຸ້ມເວົ້າຄືນນັ້ນ ຫລານຈື່ບໍ່? ປ້າເວົ້າແບັບໆ
ຫັກໄມ້ນຳກໍບໍ່ທັນ.
ແມ່ນແທ້! ປ້າເປົ່າ ລຸງເປົ່າເກີດຢູ່ແຄມໜອງຈັນ ບໍ່ອາດຄາດການສະພາບບ້ານເມືອງໄດ້ລ່ວງໜ້າ. ພາຍຫລັງ
ປະເທດຊາດໄດ້ຮັບການປົດປ່ອຍ ພວກເພິ່ນຈຶ່ງໄດ້ຍິນຄົນເວົ້າວ່າ ຜູ້ທີ່ເກີດຢູ່ແຄມໜອງຈັນນີ້ ໄດ້ກາຍເປັນ
"ຄົນວຽງຈັນເກົ່າ". ປ້າບໍ່ສົນໃຈ ບໍ່ເຂົ້າໃຈສຳນວນນີ້ເລີຍ. ປ້າເປົ່າຍັງເວົ້າຢ່າງເປີດເຜີຍວ່າ:
- ເມື່ອໄດ້ຍິນຄຳນີ້ ລຸງໄດ້ແຕ່ຕອດຫົວງຸບໆ ເພື່ອຮັບເອົານາມມະຍົດໂດຍດີ ເພາະມັນແມ່ນຄວາມຈິງ. ບາງເທື່ອ
ລຸງຄຶດຢາກກັບຊາດເກີດ ບາງເທື່ອຄຶດຢາກຖອຍອາຍຸຕົນເອງໃຫ້ເຫລືອສູນ ແລ້ວໄປເກີດຢູ່ບ້ານໃໝ່ເມືອງໃໝ່
ແຕ່ມັນພຽງເປັນຄວາມຝັນທໍ່ນັ້ນ." ປ້ານຳຄວາມໃນໃຈຂອງລຸງມາເລົ່າສູ່ຂ້ອຍຟັງໝົດທ້ອງໝົດພຸງ:
- ຊິເກີດຢູ່ບ້ານໃດ ເມືອງໃດ ໃນດິນລາວ ມັນກໍແມ່ນຄົນລາວຫັ້ນແຫລ້ວ. ປ້າວ່າ ມັນຂຶ້ນຢູ່ນຳຄົນ ບໍ່ໄດ້ຂຶ້ນຢູ່ນຳ
ບ່ອນເກີດ. ບ່ອນເກີດນັ້ນຈະບໍ່ປະຕິການຫລືບໍ່ປະຕິວັດ. ຄົນຊິດີເກີດຢູ່ໃສມັນກໍດີ ຄົນຊິຊົ່ວເກີດຢູ່ໃສມັນກໍຊົ່ວ…
ເວົ້າແບບນີ້ ຊິຖືກບໍ່?
ລາວຢ້ອນຖາມຂ້ອຍ ໃນຂນະທີ່ຂ້ອຍລ້າງຂີ້ຊີອອກຈາກມື ແລ້ວກຽມລົງໃສ່ມອງ ຂ້ອຍຈຶ່ງບໍ່ຕອບປ້າເປົ່າ.
………….໐໐໐໐໐໐໐……………..
ແລງວານນີ້… ພໍເລີກຈາກການກັບຮອດຄຸ້ມບ້ານກໍໄດ້ຍິນຂ່າວຮ້າຍ: ລຸງເປົ່າຕາຍແລ້ວ!
ປ້າເປົ່ານັ່ງຢູ່ແປະໝໍ້ດິນ ບັນຈຸກະດູກຊຶ່ງມີຜ້າຂາວຫໍ່ປາກໄວ້ຢ່າງດີ. ຕາລາວແດງກີ່ຊີ່ຈາກການຮ້ອງໄຫ້ເສັຽໃຈ.
ໄທບ້ານແລະອຳນາດການປົກຄອງບາງຄົນມານັ່ງອົບອຸ່ນ ແລະປອບອອຍປ້າ ດ້ວຍຄວາມເວົ້າທີ່ຈົບງາມກວ່າ
ປົກກະຕິ:
- ລາວຕັ້ງເອົາບຸນມານຳທໍ່ນີ້ ປ້າເອີ້ຍ…
- ໄຫ້ຮ້ອງຫລາຍລາວຊິບໍໄດ້ໄປເກີດໄປຂານແລ້ວ….
- ໝົດບຸນໄດ້ກໍດີ ຊິບໍ່ມີໃຜຊອມເອົາຜິດເອົາແມ່ນ….
ພໍມາບເຫັນຂ້ອຍ ປ້າເປົ່າກໍຮ້ອງໄຫ້ອອກສຽງຂຶ້ນອີກໃໝ່ ຈາກນ້ຳສຽງສະອຶກສະອື້ນ ຟັງພໍໄດ້ຂໍ້ຄວາມວ່າ:
- ລຸງຈາກປ້າໄປແລ້ວຫລານເອີ້ຍ…ຍັງເຫລືອແຕ່ກະດູກນີ້ແລ້ວ ການຈັດຕັ້ງເພິ່ນນຳສົ່ງໃຫ້! ຕາຍບໍ່ໄດ້ສັ່ງໄດ້ລາ.
ຂ້ອຍຢືນຊຶງຄຶດເຫັນຕອນລົມກັບລຸງ ວ່າງຫົກເດືອນກ່ອນ ລຸງວ່າຈະໄດ້ເຮັດການນຳລັດແລ້ວ ໄປນຳເຮືອຂົນສົ່ງ.
ເປັນເທື່ອທຳອິດທີ່ລາວຍິ້ມຫົວ. ຂ້ອຍກໍບໍ່ໄດ້ສໍ້ຖາມວ່າ ໄປເຮັດວຽກຫຍັງ? ຢູ່ໃສ? ເວລາໃດຈະກັບມາ?
ຂ້ອຍບໍ່ໄດ້ຖາມລາວຍ້ອນຟາງແຕ່ຄຶດດີໃຈນຳລາວ ທີ່ໄດ້ປະກອບສ່ວນນຳບ້ານນຳເມືອງເພິ່ນ. ເຖິງແມ່ນວ່າຈະ
ເຮັດວຽກງານຂັ້ນຕ່ຳໆກໍຕາມ ແຕ່ຢ່າງໜ້ອຍກໍມີຜູ້ເຂົ້າໃຈ ມີຜູ້ອີ່ດູສົງສານລາວແລະພະຍາມຍາມລືມເລື່ອງອະດີດ
ທີ່ວ່າເຄີຍເຮັດການນຳທະຫານຫຸ່ນ.
ບັດນີ້ ຍ້ອນວ່າໃຈໂຫດຮ້າຍຂອງຜູ້ທີ່ເປັນຫຸ່ນແທ້ ລັດຍິງເຮືອຕາມລຳນ້ຳຂອງ ລຸງເປົ່າຈຶ່ງເສັຽຊີວິດໃນໜ້າທີ່.
ທາງການຈັດຕັ້ງໄດ້ນຳເງິນຄ່າຫົວ ແລະເງິນກິນທານຂອງໝູ່ເພື່ອນ ມາມອບໃຫ້ປ້າເປົ່າ ຊ້ອງໜ້າອຳນາດການ
ປົກຄອງບ້ານ ແລະຊ້ອງໜ້າໝໍ້ກະດູກຂອງລຸງ. ພ້ອມນັ້ນຫົວໜ້າຄະນະຍັງໄດ້ກ່າວຍ້ອງຍໍຊົມເຊີຍນ້ຳວຽກນ້ຳງານ
ຂອງລຸງ ເຖິງວ່າຈະໄດ້ປະກອບສ່ວນໃນໄລຍະສັ້ນ ບໍ່ເຖິງປີ ແຕ່ລຸງກໍສະແດງໃຫ້ເຫັນວ່າ ເປັນຄົນເຮັດແທ້ທຳຈິງ
ເປັນຄົນກົງໄປກົງມາ ເປັນຄົນດຸໝັ່ນຂຍັນພຽນ ຮູ້ປະຍັດເວລາ ຮູ້ຮັກແພງຊັບສົມບັດລວມ…ສຸມໝົດເຫື່ອແຮງ
ສະຕິບັນຍາເທົ່າທີ່ລຸງມີເຂົ້າໃສ່ວຽກງານ ສົມເປັນກັມມະກອນໃໝ່… ເປັນຄົນໃໝ່ສັງຄົມນິຍົມ!
ຂ້ອຍຕິດຕາມພິທີນ້ອຍໆ ຢູ່ເຊັຽເຮືອນຫລັງນ້ອຍ ພ້ອມທັງຈົດຈໍ່ເອົາຄຳກ່າວຊົມເຊີຍຜົນງານຂອງລຸງ.
ແວວຕາແລະສີໜ້າຂອງປ້າເປົ່າແຍ້ມບານຂຶ້ນມາແດ່ໜ້ອຍນຶ່ງ. ໜ້າເສັຽດາຍທີ່ລຸງບໍ່ໄດ້ຟັງນຳ ບໍ່ໄດ້ຟັງເພິ່ນຍ້ອງ
ຜູ້ເກີດຢູ່ແຄມໜອງຈັນ ບໍ່ໄດ້ຟັງເພິ່ນປະກາດນາມມະຍົດໃໝ່ໃຫ້ລຸງວ່າ: ເປັນຄົນໃໝ່ສັງຄົມນິຍົມ ຊ້ຳ!
…………………………………………………………………………………………..
1. ລົງພິມໃນ ໜັງສືພິມ"ວຽງຈັນໃໝ່" ສະບັບ (041) 6086
2. ລົງພິມໃນປຶ້ມໂຮມເລື່ອງສັ້ນ "ເຫລົ້າເທວະດາ" ພິມທີ່ວຽງຈັນ ປີ 1990
3. ລົງພິມໃນປຶ້ມໂຮມເລື່ອງສັ້ນ "ຄວາຍໂດຍສານ" ພາສາໄທຍ ພິມທີ່ບາງກອກ ປີ 1992
4. ລົງພິມດ້ວຍລະບົບອີເລັກໂຕຣນິກ ໃນທີ່ນີ້ "ໃບລານ" ປີ 2009
ຄວາມເຫັນ ເຫັນດ້ວຍ ບໍ່ເຫັນດ້ວຍ ສົ່ງຂໍ້ຄວາມ ຜູ່ຂຽນ : ລຸງເມືອງແຄນ ປະຫວັດຫຍໍ້ : ເຊີນອ່ານໜ້າທຳອິດຂອງພາກ"ເລື່ອງສັ້ນ" ອາຊີບ : ເຮັດການຫາລ້ຽງຊີບແລະຂຽນ ງານອະດີເລກ : ອ່ານ, ຂຽນ, ນັ່ງຄຶດ, ນອນຄຶດ ຈາກ : USA ເວບໄຊຕ໌ສ່ວນໂຕ : www.laoampilotwriter.blogspot.com ເມື່ອວັນທີ່ : 04/11/09 10:42 AM ປັບປຸງໃໝ່ : 05/11/09 01:54 AM ມີທັງໝົດ : 936 ເລື່ອງ ເບິ່ງບົດຂຽນທັງໝົດຂອງ ລຸງເມືອງແຄນ